
ໃນຕອນເຊົ້າຂອງວັນທີ່ 07 ພຶດສະພາ 2026 ກົມນະໂຍບາຍເສດຖະກິດ ແລະ ການເງີນ, ກະຊວງການເງີນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຖານຂໍ້ມູນ, ເວັບໄຊ, ກົນໄກການເຮັດວຽກພາຍໃນກົມ ແລະ ກຳນົດເນື້ອໃນຂໍ້ມູນຂ່າວສານທີ່ຈະອັບໂຫລດລົງໃນເວັບໄຊຂອງກົມ ເພື່ອເຜີຍແຜ່ຂໍ້ມູນໃຫ້ຜູ້ທີ່ມີຄວາມສົນໃຈສາມາດເຂົ້າເຖິງ, ດາວໂຫລດຂໍ້ມູນ ແລະ ຕິດຕາມສະພາບການເຄື່ອນໄຫວຂອງວຽກງານໃນແຕ່ລະໄລຍະ.
ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ: ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງີນ ແລະ ຜູ້ເຂົ້າຮ່ວມພາຍໃນກົມນະໂຍບາຍເສດຖະກິດ ແລະ ການເງີນຢ່າງພ້ອມພຽງ.














