Live
     

ຂ່າວສານກິດຈະກຳ

ກົມນະໂຍບາຍເສດຖະກິດ ແລະ ການເງີນ, ກະຊວງການເງີນ ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຖານຂໍ້ມູນ, ເວັບໄຊ, ກົນໄກການເຮັດວຽກພາຍໃນກົມ ແລະ ກຳນົດເນື້ອໃນຂໍ້ມູນຂ່າວສານທີ່ຈະອັບໂຫລດລົງໃນເວັບໄຊຂອງກົມ
ຂ່າວສານ

ກົມນະໂຍບາຍເສດຖະກິດ ແລະ ການເງີນ, ກະຊວງການເງີນ ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຖານຂໍ້ມູນ, ເວັບໄຊ, ກົນໄກການເຮັດວຽກພາຍໃນກົມ ແລະ ກຳນົດເນື້ອໃນຂໍ້ມູນຂ່າວສານທີ່ຈະອັບໂຫລດລົງໃນເວັບໄຊຂອງກົມ

ໃນຕອນເຊົ້າຂອງວັນທີ່ 07 ພຶດສະພາ 2026 ກົມນະໂຍບາຍເສດຖະກິດ ແລະ ການເງີນ, ກະຊວງການເງີນ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງຖານຂໍ້ມູນ, ເວັບໄຊ, ກົນໄກການເຮັດວຽກພາຍໃນກົມ ແລະ ກຳນົດເນື້ອໃນຂໍ້ມູນຂ່າວສານທີ່ຈະອັບໂຫລດລົງໃນເວັບໄຊຂອງກົມ ເພື່ອເຜີຍແຜ່ຂໍ້ມູນໃຫ້ຜູ້ທີ່ມີຄວາມສົນໃຈສາມາດເຂົ້າເຖິງ, ດາວໂຫລດຂໍ້ມູນ ແລະ ຕິດຕາມສະພາບການເຄື່ອນໄຫວຂອງວຽກງານໃນແຕ່ລະໄລຍະ. ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ: ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງີນ…

ກົມນະໂຍບາຍເສດຖະກິດ ແລະ ການເງິນໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການຮ່ວມກັບກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ
ຂ່າວສານ

ກົມນະໂຍບາຍເສດຖະກິດ ແລະ ການເງິນໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການຮ່ວມກັບກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ

ກົມນະໂຍບາຍເສດຖະກິດ ແລະ ການເງິນໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການຮ່ວມກັບກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ ນາງ ປອ ແສງໄພວັນ…

ເຄື່ອນໄຫວຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ 2021-2025 ຢູ່ທີ່ພະແນກການເງິນ ແຂວງສະຫວັນນະເຂດ
ຂ່າວສານ

ເຄື່ອນໄຫວຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ 2021-2025 ຢູ່ທີ່ພະແນກການເງິນ ແຂວງສະຫວັນນະເຂດ

ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ລົງເຄື່ອນໄຫວຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ 2021-2025 ຢູ່ທີ່ພະແນກການເງິນ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ…

ກະດານຂ່າວເສດຖະກິດ

Real-time macroeconomic and fiscal indicators for Lao PDR, powered by official data.

ສະພາບລວມທາງດ້ານເສດຖະກິດ

ຄວາມເຂົ້າໃຈກ່ຽວກັບ ສະພາບລວມ
ດ້ານເສດຖະກິດຂອງ ສ ປປລາວ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສາມາດຮັກສາການຂະຫຍາຍຕົວທາງດ້ານເສດຖະກິດຢ່າງຕໍ່ເນື່ອງໃນຕະຫຼອດທົດສະວັດທີ່ຜ່ານມາ, ໂດຍມີການຫັນປ່ຽນຈາກເສດຖະກິດທີ່ເພິ່ງພາການກະສິກຳເປັນຫຼັກ ໄປສູ່ໂຄງສ້າງເສດຖະກິດທີ່ມີຄວາມຫຼາກຫຼາຍຫຼາຍຂຶ້ນ ເຊິ່ງມີຂະແໜງພະລັງງານໄຟຟ້ານ້ຳຕົກ, ການຂຸດຄົ້ນບໍ່ແຮ່ ແລະ ການບໍລິການເປັນເສົາຄ້ຳທີ່ສຳຄັນ.

ກົມນະໂຍບາຍເສດຖະກິດ ແລະ ການເງິນ ມີບົດບາດເປັນໃຈກາງໃນການກຳນົດນະໂຍບາຍເສດຖະກິດມະຫາພາກ, ການຄຸ້ມຄອງການເງິນພາກລັດ ແລະ ການຂຸດຄົ້ນລາຍຮັບພາຍໃນ ເພື່ອສະໜັບສະໜູນວາລະການພັດທະນາແບບຍືນຍົງຂອງ ສປປ ລາວ ພາຍໃຕ້ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ.

ບຸລິມະສິດທີ່ສຳຄັນດ້ານນະໂຍບາຍ ລວມມີ: ການເສີມສ້າງຄວາມຍືນຍົງດ້ານການເງິນ, ການປັບປຸງການຄຸ້ມຄອງໜີ້ສິນ, ການຂະຫຍາຍຖານພາສີ-ອາກອນໃຫ້ກວ້າງຂຶ້ນ ແລະ ການສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນຂອງພາກເອກະຊົນ ກໍ່ຄືການສ້າງຄວາມຫຼາກຫຼາຍທາງດ້ານເສດຖະກິດ.

4.2%
GDP Growth Rate (2024 Est.)
7.4M
Population
23.6%
Tax Revenue / GDP Ratio
Lao Economy Overview

ນະຄອນຫຼວງວຽງຈັນ, ສ ປປລາວ

ຄັງຂໍ້ມູນ · Data Repository

ດາວໂຫຼດໄຟລ໌ຂໍ້ມູນທາງການຈາກ ກນສງ — ຂໍ້ມູນ GDP, ງົບປະມານ, ໜີ້ສິນ ແລະ ຂໍ້ມູນເສດຖະກິດ-ການເງິນອື່ນໆ. ອັບເດດໂດຍອັດຕະໂນມັດຈາກ Google Drive.

ກຳລັງລໍຖ້າການເຊື່ອມຕໍ່ Google Drive.

ຕັ້ງຄ່າ Google Drive URL ໃນ Customizer →