Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳຂໍ້ມູນ ນຳບັນດາບໍລິສັດທີ່ຜະລິດເພື່ອທົດແທນການນຳເຂົ້າ ທີ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ

ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ນຳພາທີມງານລົງເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳຂໍ້ມູນ ນຳບັນດາບໍລິສັດທີ່ຜະລິດເພື່ອທົດແທນການນຳເຂົ້າ ທີ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ຈຸດປະສົງໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ກໍ່ເພື່ອຕິດຕາມສະພາບການຜະລິດ ແລະ ນຳເອົາບັນດາຂໍ້ມູນດັ່ງກ່າວໄປຄົ້ນຄວ້າວິໄຈ ໃນການສ້າງນະໂຍບາຍເສດຖະກິດ ແລະ ການເງິນ ໃຫ້ມີປະສິດທິພາບ ແລະ ທັນກັບສະພາບຕົວຈິງ