Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ກົມນະໂຍບາຍເສດຖະກິດ ແລະ ການເງິນໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການຮ່ວມກັບກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ

ກົມນະໂຍບາຍເສດຖະກິດ ແລະ ການເງິນໄດ້ຈັດກອງປະຊຸມແລກປ່ຽນດ້ານວິຊາການຮ່ວມກັບກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ ນາງ ປອ ແສງໄພວັນ ແສງອຳພອນ ຫົວໜ້າກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ ແລະ ຜູ້ເຂົ້າຮ່ວມຈາກກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ກົມສະຖິຕິສີ່ງແວດລ້ອມ ແລະ ຄວາມໝັ້ນຄົງ. ເຊິ່ງກອງປະຊຸມດັ່ງກ່າວໄດ້ແລກປ່ຽນກັນ 4 ຫົວຂໍ້ຄື: 1)ສະຖິຕິສິ່ງແວດລ້ອມ ເພື່ອປະເມີນເສດຖະກິດທີ່ຍືນຍົງ ແລະ ສີຂຽວ, 2)ວຽກງານວິຊາສະເພາະຂອງສະຖິຕິຄວາມໝັ້ນຄົງ (ສະຖິຕິການຕັ້ງຖິ່ນຖານຂອງມະນຸດ), 3)ການຈັດຕັ້ງປະຕິບັດວຽກງານ ການເຕີບໂຕສີຂຽວ (Green Growth) ແລະ 4)ການຈັດຕັ້ງປະຕິບັດວຽກງານ ການເງິນສີຂຽວ (Green finance).