ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ນຳພາທີມງານລົງເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳຂໍ້ມູນ ນຳບັນດາບໍລິສັດທີ່ຜະລິດເພື່ອທົດແທນການນຳເຂົ້າ ທີ່ແຂວງສະຫວັນນະເຂດ ແລະ ແຂວງຄຳມ່ວນ ຈຸດປະສົງໃນການລົງເຄື່ອນໄຫວວຽກງານໃນຄັ້ງນີ້ກໍ່ເພື່ອຕິດຕາມສະພາບການຜະລິດ ແລະ ນຳເອົາບັນດາຂໍ້ມູນດັ່ງກ່າວໄປຄົ້ນຄວ້າວິໄຈ ໃນການສ້າງນະໂຍບາຍເສດຖະກິດ ແລະ ການເງິນ ໃຫ້ມີປະສິດທິພາບ ແລະ ທັນກັບສະພາບຕົວຈິງ


