Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ເຄື່ອນໄຫວຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ 2021-2025 ຢູ່ທີ່ພະແນກການເງິນ ແຂວງສະຫວັນນະເຂດ

ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ລົງເຄື່ອນໄຫວຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະ ການເງິນ 2021-2025 ຢູ່ທີ່ພະແນກການເງິນ ແຂວງສະຫວັນນະເຂດ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ທ່ານ ແກ້ວປະເສີດ ສຸຣິນພູມີ ຮອງຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ແລະ ມີຜູ້ເຂົ້າຮ່ວມຈາກຫຼາຍຂະແໜງການທີ່ກ່ຽວຂ້ອງ.