Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ເປີດໂຕລະບົບຖານຂໍ້ມູນ OMDP ຢ່າງເປັນທາງການ ເພື່ອເປັນພື້ນຖານໃນການກຳນົດນະໂຍບາຍພັດທະນາຊັບສິນມະນຸດ ແລະ ແກ້ໄຂຄວາມທຸກຍາກຢູ່ ສປປ ລາວ

ໃນຕອນບ່າຍວັນທີ 26 ກຸມພາ 2026 ທີ່ກະຊວງການເງິນ, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ຮ່ວມກັບອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມເປີດໂຕລະບົບຖານຂໍ້ມູນ OMDP ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປະລິນຍາເອກ ສິດທິຣົດ ຣາຊະພົນ, ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ແລະ ທ່ານ ນາງ ຊາລີນ ທູລະດາ, ຫົວໜ້າອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈໍາ ສປປ ລາວ ແລະ ຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ ລັດຖະບານ ສປປ ລາວ ກໍາລັງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດຄັ້ງທີີ່ X (2026-2030) ເຊິີ່ງໜຶີ່ງໃນເນື້ອໃນຈຸດສຸມຂອງແຜນພັດທະນາ ແມ່ນຈະສຸມໃສ່ ການພັດທະນາຊັບສິນມະນຸດ ແລະ ຫຼຸດຜ່ອນຄວາມທຸກຍາກ ໂດຍສະເພາະ. ສະນັ້ນ, ບັນຫາ ດ້ານການເຄືີ່ອນຍ້າຍຖິີ່ນຖານແມ່ນວຽກງານທີີ່ເປັນບູລິມະສິດໜຶີ່ງທີີ່ຕ້ອງໄດ້ມີການຄົົ້ນຄວ້າ ແລະ ເກັບກໍາຂໍ້ມູນຢ່າງຊັດເຈນເພືີ່ອເປັນພື້ນຖານໃນການກໍານົດນະໂຍບາຍໃນການເຄືີ່ອນຍ້າຍຖິີ່ນຖານທີີ່ຖືກຕ້ອງແລະ ສອດຄ່ອງ. ບົນພື້ນຖານຈິດໃຈດັັ່ງກ່າວ, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ໄດ້ ຮ່ວມມືກັບອົງການຈັດຕັ້ງສາກົນເພືີ່ອການເຄືີ່ອນຍ້າຍຖີີ່ນຖານ(IOM), ເຊິີ່ງໄດ້ວາງແຜນຮ່ວມກັນ ເພືີ່ອ ຈັດຕັ້ງປະຕິບັດໂຄງການຄົົ້ນຄວ້າສ້າງຖານຂໍ້ມູນດ້ານການເຄືີ່ອນຍ້າຍແຮງງານຢູ່ ສປປ ລາວ ຂຶ້ນໂດຍມີ ຈຸດປະສົງສ້າງຖານຂໍ້ມູນກ່ຽວກັບການເຄືີ່ອນຍ້າຍຖິີ່ນຖານ ແລະ ພັດທະນາຂໍ້ສະເໜີແນະດ້ານນະໂຍບາຍ ແລະແຜນດໍາເນີນງານເພືີ່ອແນ່ໃສ່ການສົ່ງເສີມຜົນປະໂຫຍດຂອງການເຄືີ່ອນຍ້າຍຖິີ່ນຖານແລະຫຼຸດ ຜ່ອນຜົນກະທົບທາງລົບ.

ສໍາລັບ ສປປ ລາວ ໃນການຈັັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນການເຄືີ່ອນຍ້າຍຖິີ່ນຖານນີ້ ແມ່ນເພືີ່ອສົ່ງເສີມ ແລະ ສະໜັບສະໜູນການສ້າງນະໂຍບາຍໂດຍອີງໃສ່ຫຼັກຖານເປັນພື້ນຖານ ແລະ ໂດຍການຄໍານຶງເຖິງຜົນປະໂຫຍດຂອງປະຊາກອນເຄືີ່ອນຍ້າຍຖິີ່ນຖານເຂົົ້າໃນຂະບວນການການວາງ ແຜນນະໂຍບາຍ ໂດຍຜ່ານການພັດທະນາ ແລະ ແຈກຢາຍຂໍ້ມູນກ່ຽວກັບການເຄືີ່ອນຍ້າຍຖິີ່ນຖານ. ໂຄງການນີ້ແມ່ນແນ່ໃສ່ ເພືີ່ອສົ່ງເສີມການພັດທະນານະໂຍບາຍກ່ຽວກັບການເຄືີ່ອນຍ້າຍຖິີ່ນຖານແບບ ເປັນເພືີ່ອນມິດ ໂດຍນໍາໃຊ້ຫຼັກຖານສໍາລັບການພັດທະນານະໂຍບາຍ, ເສີມສ້າງຄວາມເຂັ້ມແຂງໃນ ການປະສານງານ ແລະ ການແບ່ງປັນຂໍ້ມູນພາຍໃນໜ່ວຍງານທາງພາກລັດ ແລະ ກະຕຸກຊຸກຍູ້ການສົນທະນາກ່ຽວກັບບັນຫາ, ສິີ່ງທ້າທາຍ ແລະ ຜົນປະໂຫຍດຂອງປະຊາກອນເຄືີ່ອນຍ້າຍຖິີ່ນຖານທີີ່ກຳລັງປະກົດ. ໂຄງການນີ້ເປັນສ່ວນໜຶີ່ງຂອງແຜນງານມະຫາພາກ ທີີ່ເສີມສ້າງການເຊືີ່ອມໂຍງລະຫວ່າງ ການຄຸ້ມຄອງ ແລະ ພັດທະນາການເຄືີ່ອນຍ້າຍ ຖິ່ນຖານ, ເຊິ່ງຈະເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 NSEDP 2026-2030.