ໃນຕອນເຊົ້າວັນທີ 13 ມັງກອນ 2026, ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດວຽກງານປີ 2025 ແລະ ວຽກງານຈຸດສຸມປີ 2026 ໂດຍການເປັນປະທານຂອງ ທ່ານ ປອ ສິດທິຣົດ ຣາຊະພົນ ຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ ແລະ ການເຂົ້າຮ່ວມຂອງພະນັກງານພາຍໃນກົມນະໂຍບາຍເສດຖະກິດ ແລະ ການເງິນ, ເຊິ່ງໃນກອງປະຊຸມດັ່ງກ່າວບັນດາພະແນກໄດ້ຂຶ້ນລາຍງານຜົນສຳເລັດ ແລະ ວຽກຈຸດສຸມໃນຕໍ່ໜ້າຂອງຕົນ ພາຍຫລັງຈາກນັ້ນ ທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ບັນດາພະນັກງານພາຍໃນ ກນສງ ກໍ່ໄດ້ມີຄຳເຫັນແລກປ່ຽນຢ່າງກົງໄປກົງມາ ເພື່ອຖອດຖອນບົດຮຽນ ແລະ ວາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຜົນສຳເລັດຂຶ້ນເລື້ອຍໆ.