Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ລົງເຄື່ອນໄຫວວຽກງານທີ່ ແຂວງວຽງຈັນ

ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ລົງເຄື່ອນໄຫວວຽກງານທີ່ ແຂວງວຽງຈັນ ເພື່ອເກັບກຳຂໍ້ມູນ ເພື່ອປະເມີນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານລັດ ຂອງຂະແໜງການຢູ່ຂັ້ນທ້ອງຖິ່ນ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍສະເພາະ ການຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ການແບ່ງຄວາມຮັບຜິດຊອບ ແລະ ຜົນປະໂຫຍດການເກັບລາຍຮັບລະຫວ່າງສູນກາງ ແລະ ທ້ອງຖິ່ນ, ນະໂຍບາຍດ້ານພາສີ-ອາກອນເພື່ອສົ່ງເສີມການລົງທຶນ ແລະ ດໍາລັດເລກທີ 205/ລບ ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ກໍຄືການຫຼຸດຜ່ອນຄ່າສິ້ນເປືອງໃນການນໍາໃຊ້ງົບປະມານຂອງລັດ ທີ່ມີຢູ່ຢ່າງຈໍາກັດໃຫ້ມີປະສິດທິຜົນສູງສຸດ ແລະ ການເພີ່ມທະວີໃນການໃຊ້ຈ່າຍງົບປະມານແຫ່ງລັດ ຢ່າງມີປະສິດທິຜົນຂອງບັນດາຂະແໜງການ ເປັນຕົ້ນ ການປະຢັດຕົ້ນທຶນ, ພະລັງງານ, ຊັບສິນ, ຊັບພະຍາກອນ, ການປະຢັດຄ່າໃຊ້ຈ່າຍ ແລະ ອື່ນໆ ໃນໄລຍະຜ່ານມາ ເພື່ອການປະເມີນຄືນນະໂຍບາຍການເງິນ ທີ່ຍັງບໍ່ທັນເປັນປົກກະຕິຕໍ່ເນື່ອງ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ. ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງລົງເລີກຄົ້ນຄວ້າ, ມີການເກັບກໍາຂໍ້ມູນການປະເມີນສະພາບການຈັດຕັ້ງປະຕິບັດຕົວຈິງ ໃຫ້ສາມາດກໍາໄດ້ຂໍ້ມູນຢູ່ຂັ້ນພື້ນຖານ ກໍຄືຂັ້ນແຂວງ ແລະ ເມືອງ ເພື່ອເປັນຂໍ້ມູນໃນການຄົ້ນຄວ້າ, ວິເຄາະ-ວິໄຈ, ການວາງນະໂຍບາຍ ແລະ ມາດຕະການຕ່າງໆ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດໃນຕໍ່ໜ້າ.