Live
ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ     ການເຕີບໂຕທາງເສດຖະກິດ 4.2% (2024)  |  ອັດຕາເງິນເຟີ້ 6.8%  |  ລາຍຮັບງົບປະມານ +12.4% vs. ເປົ້າໝາຍ

ກົມນະໂຍບາຍເສດຖະກິດ ແລະ ການເງິນ ພົບປະແລກປ່ຽນຂໍ້ມູນວິຊາການກັບ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ 

ໃນຕອນເຊົ້າວັນທີ 16 ກຸມພາ 2026 ກົມນະໂຍບາຍເສດຖະກິດ ແລະ ການເງິນ, ກະຊວງການເງິນ ເຂົ້າພົບປະແລກປ່ຽນຂໍ້ມູນດ້ານວິຊາການຮ່ວມກັບຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຈຸດປະສົງການພົບປະໃນຄັ້ງນີ້ ເພື່ອປຶກສາຫາລືແລກປ່ຽນຂໍ້ມູນດ້ານວິຊາການ ກ່ຽວກັບການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ຈະຊຸກຍູ້ໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະ 2-3 ປີ ຜ່ານມາ ແລະ ການເຕີບໂຕຂອງ GDP ໄລຍະປີ 2026-2030. ການພົບປະຄັ້ງນີ້ນໍາທີມໂດຍ ທ່ານ ນາງ ສີສະຫວັນ ດີດາຣາວົງ ຮອງຫົວໜ້າກົມນະໂຍບາຍເສດຖະກິດ ແລະ ການເງິນ, ພ້ອມດ້ວຍວິຊາການ ເຊິ່ງຫົວຂໍ້ທີ່ໄດ້ແລກປ່ຽນໃນຄັ້ງນີ້ແມ່ນ ສະພາບແວດລ້ອມການສົ່ງເສີມການລົງທຶນ ຢູ່ ສປປ ລາວ ໃນໄລຍະຜ່ານມາຄື: 1)ສະພາບການການລົງທຶນພາຍໃນ ແລະ ຕ່າງປະເທດ ທີ່ຢູ່ໃນການຄຸ້ມຄອງຂອງຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນໄລຍະຜ່ານມາ (ລວມທັງເຂດເສດຖະກິດພິເສດ) 2)ກົນໄກລະບົບປະຕູດຽວມີຂັ້ນຕອນການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ໃຊ້ເວລາໃນການຄົ້ນຄວ້າຄືແນວໃດ 3)ການໃຫ້ນະໂຍບາຍສົ່ງເສີມການລົງທຶນ ເປັນຕົ້ນການຍົກເວັ້ນພາສີ-ອາກອນ ໃຫ້ໂຄງການ ພ້ອມທັງການລົງທຶນພາຍໃນເຂດເສດຖະກິດພິເສດ ໄລຍະຜ່ານມາ ແລະ 4)ແລກປ່ຽນກ່ຽວກັບຂໍ້ມູນບັນຊີໂຄງການລົງທຶນພາຍໃນ ແລະ ຕ່າງປະເທດສຳລັບ ປີ 2026 ແລະ ໄລຍະ 2026-2030.